ວິທີເຮັດຂົ້ວກະຈຽບ ແບບງ່າຍໆ ແລະ ແຊບ.
ສ່ວນປະກອບ
- ກະຈຽບສົດ 300-500 ກຣາມ
- ກະທຽມ 4-5 ກີບ
- ໝາກເຜັດ 53-5 ໜ່ວຍ
- ຜັກບົ່ວ 1 ຫົວ
- ນ້ຳມັນ 1 ບ່ວງແກງ
- ນ້ຳປາ 1 ບ່ວງຊາ
- ຊອດຫອຍ 1 ບ່ວງແກງ
- ເກືອ ເລັກໜ້ອຍ
- ນ້ຳຕານ ½ ບ່ວງຊາ
- ຜົງປຸງລົດ 1 ບ່ວງຊາ
ວິທີເຮັດ
- ລ້າງກະຈຽບໃຫ້ສະອາດ ຕັດຂົ້ວຫົວອອກ ແລ້ວຫັ່ນເປັນຕ່ອນ ຫຼື ບໍຫັ່ນກໍໄດ້.
- ຊອຍກະທຽມ, ໝາກເຜັດ ແລະ ຫອມບົ່ວ
- ຕັ້ງໝໍ້ຂຶ້ນໃສ່ນ້ຳມັນ, ໃສ່ກະທຽມ, ໝາກເຜັດ ແລະ ຫອມບົ່ວ ຂົ້ວຈົນຫອມ.
- ໃສ່ກະຈຽບລົງໄປ ແລ້ວຂົ້ວໃຫ້ກະຈຽບສຸກ ແຕ່ຍັງຄົງຄວາມກອບໜ້ອຍໜຶ່ງ.
- ໃສ່ນ້ຳປາ, ຊອດຫອຍ, ເກືອ, ຜົງປຸງລົດ ແລະ ນ້ຳຕານ ຄົນໃຫ້ເຂົ້າກັນ ແລ້ວຊິມເບິ່ງວ່າລົດຊາດທີ່ຕ້ອງການແລ້ວບໍ.