ຜັກພື້ນບ້ານທີ່ມີທາດເຫຼັກສູງ ຊ່ວຍບຳລຸງເລືອດ
- ຜັກກູດ
ຜັກກູດເປັນຜັກທີ່ອຸດົມດ້ວຍທາດເຫຼັກ, ຟອສຟໍຣັດ ແລະ ວິຕາມິນເອ, ຊີ ແລະ ອີ. ມີສ່ວນຊ່ວຍບຳລຸງລະບົບໄຫຼວຽນເລືອດ, ສົ່ງເສີມການເຮັດວຽກຂອງລະບົບພູມຄຸ້ມກັນ ແລະ ມີເສັ້ນໃຍອາຫານສູງ ຊ່ວຍກະຕຸ້ນການຂັບຖ່າຍ.
ແນະນຳໃຫ້ກິນຜັກກູດຮ່ວມກັບຊີ້ນສັດ ເພື່ອຊ່ວຍໃຫ້ຮ່າງກາຍນຳທາດເຫຼັກໄປໃຊ້ໄດ້ດີຂຶ້ນ. - ຜັກຕຳນິນ
ຜັກຕຳນິນມີທາດເຫຼັກ, ແຄລຊຽມ ແລະ ເບຕາແຄໂຣທີນສູງ. ນອກຈາກນີ້ ຍັງມີໂປຣຕີນ, ຟອສຟໍຣັດ ແລະວິຕາມິນບີ, ວິຕາມິນຊີ ແລະ ມີສ່ວນຊ່ວຍຫຼຸດຄວາມສ່ຽງຕໍ່ພາວະເລືອດຈາງ, ບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ຊ່ວຍໃນການແຂງຕົວຂອງເລືອດ ແລະ ການເຮັດວຽກຂອງລະບົບປະສາດ. ທັງຍັງຊ່ວຍບຳລຸງສາຍຕາ ແລະ ກະຕຸ້ນການຂັບຖ່າຍ ເນື່ອງຈາກມີເສັ້ນໃຍອາຫານສູງ. - ຜັກອີ່ເລີດ
ຜັກອີເລີດມີແຄລຊຽມສູງ ແລະ ອຸດົມດ້ວຍທາດເຫຼັກ, ວິຕາມິນເອ ແລະ ຟອສຟໍຣັດ. ຊ່ວຍບຳລຸງກະດູກ ແລະ ແຂ້ວ, ບຳລຸງເລືອດ, ສົ່ງເສີມການໄຫຼວຽນຂອງເລືອດ ແລະ ບຳລຸງສາຍຕາ.
ນອກຈາກນີ້ ຍັງມີສານຕ້ານອະນຸມູນອິດສະຫຼະ ແລະ ມີສ່ວນຊ່ວຍໃນລະບົບຍ່ອຍອາຫານ. ໃບຜັກອີເລີດມີກິ່ນຫອມເຢັນເປັນເອກະລັກ ສາມາດກິນໄດ້ທັງໃບອ່ອນ ແລະ ໃບແກ່. - ດອກແຄຂາວ
ດອກແຄອຸດົມດ້ວຍວິຕາມິນເອ, ວິຕາມິນຊີ, ທາດເຫຼັກ ແລະ ເສັ້ນໃຍອາຫານ ລວມທັງວິຕາມິນ ແລະ ແຮ່ທາດຫຼາຍຊະນິດ. ຊ່ວຍບຳລຸງເລືອດ, ຊ່ວຍລະບົບຂັບຖ່າຍ ແລະ ບຳລຸງສາຍຕາ, ກະດູກ ແລະ ແຂ້ວ. - ຜັກຫົມ
ຜັກຫົມເປັນແຫຼ່ງສານອາຫານຫຼາຍຊະນິດ. ນອກຈາກມີທາດເຫຼັກແລ້ວ ຍັງມີວິຕາມິນຊີ ແລະ ເສັ້ນໃຍອາຫານສູງ ແຕ່ມີໄຂມັນ ແລະ ພະລັງງານຕ່ຳ. ມີສ່ວນຊ່ວຍໃນການຍ່ອຍອາຫານ ແລະ ຄວບຄຸມນ້ຳໜັກ. ສານອາຫານໃນຜັກຫົມຍັງຊ່ວຍຫຼອດເລືອດ ພ້ອມທັງຊ່ວຍຕ້ານອະນຸມູນອິດສະຫຼະ. - ໝາກແຄ້ງ
ໝາກແຄ້ງມີສານອາຫານທີ່ຈຳເປັນຕໍ່ຮ່າງກາຍຫຼາຍຊະນິດ ລວມທັງທາດເຫຼັກ, ແຄລຊຽມ ແລະ ຟອສຟໍຣັດ. ນອກຈາກນີ້ ຍັງມີເສັ້ນໃຍອາຫານເຊິ່ງເປັນເສັ້ນໃຍທີ່ລະລາຍໃນນ້ຳ ຊ່ວຍສົ່ງເສີມລະບົບຍ່ອຍອາຫານ ແລະ ການຂັບຖ່າຍ.
ໝາກແຄ້ງຍັງມີສານຕ້ານອະນຸມູນອິດສະຫຼະ ທີ່ຊ່ວຍປົກປ້ອງເຊວຈາກຄວາມເສຍຫາຍ.