ຄົນນິຍົມມັກນໍາມາເຮັດລາບໃນມື້ສໍາຄັນຕ່າງໆເຊັ່ນ: ມື້ປີໃໝ່, ງານບາສີສູ່ຂວັນ, ພິທີແຕ່ງງານ ເນື່ອງຈາກວ່າຄົນລາວມີຄວາມເຊື່ອວ່າ ກິນລາບໃນຊ່ວງເວລາດັ່ງກ່າວ ຈະມີໂຊກມີລາບຕະຫຼອດປີ.
ສ່ວນປະກອບ
- ຊີ້ນໝູ 1 ກິໂລ
- ໜັງໝູຕົ້ມ 1 ຖ້ວຍນໍ້າຊຸບ
- ໝາກປີ 1 ໜ່ວຍ
- ຫອມປ້ອມ 5 ຕົ້ນ
- ຫອມບົ່ວໃບ 5 ຕົ້ນ
- ຫອມລາບ 1 ກຳມື (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
- ເຂົ້າຂົ້ວ 2 ບ່ວງແກງ
- ໝາກເຜັດດິບຊອຍ 1 ບ່ວງແກງ
- ປາແດກສຸກ 1 ບ່ວງແກງ
- ໝາກເຜັດປົ່ນ ເຄິ່ງບ່ວງແກງ
- ເກືອ 1/2 ບ່ວງກາເຟ
- ຜົງປຸງລົດ 1 ບ່ວງກາເຟ
ວິທີປຸງແຕ່ງ
- ເອົາຊີ້ນໝູໄປບົດ ຫຼື ບາງຄົນກໍຟັກ ຕາມໃຈມັກ
- ເອົາຊີ້ນໝູທີ່ກຽມໄວ້ໄປຂົ້ວໃຫ້ສຸກດີ
- ຈາກນັ້ນນໍາເອົາໜັງໝູທີ່ຕົ້ມມານ້ອຍເປັນເສັ້ນນ້ອຍໆ, ຊອຍໝາກເຜັດ, ຊອຍຫອມປ້ອມ, ຊອຍຫອມບົ່ວໃບ ແລະ ຊອຍໝາກປີ
- ນໍາເອົາຊີ້ນໝູທີ່ຂົ້ວສຸກ, ໜັງໝູທີ່ກຽມໄວ້ ແລະ ເຂົ້າຂົ້ວ ມາຄົນໃຫ້ເຂົ້າກັນ ປຸງລົດຊາດດ້ວຍເກືອ, ຜົງປຸງລົດ, ໝາກເຜັດດິບ, ໝາກເຜັດປົ່ນ
- ຕາມດ້ວຍຫອມທີ່ກະກຽມໄວ້, ໝາກປີ ຄົນໃຫ້ເຂົ້າກັນ ຊິມເບິ່ງໃຫ້ໄດ້ລົດຊາດຕາມທີ່ຕ້ອງການ.
ແນະນຳ: ກິນກັບຜັກກາດຂິ້ວ, ຜັກຕິ້ວອ່ອນ, ໝາກແຕງ ແລະ ໝາກເຜັດອ່ອນ.