ລາບຊີ້ນໝູ

ລາບເປັນອາຫານທີ່ຄຸ້ນເຄີຍຂອງຄົນລາວ ແລະ ມັກເຮັດກິນໃນງານບຸນ ຫຼື ງານສັງສັນ

ຄົນນິຍົມມັກນໍາມາເຮັດລາບໃນມື້ສໍາຄັນຕ່າງໆເຊັ່ນ: ມື້ປີໃໝ່, ງານບາສີສູ່ຂວັນ, ພິທີແຕ່ງງານ ເນື່ອງຈາກວ່າຄົນລາວມີຄວາມເຊື່ອວ່າ ກິນລາບໃນຊ່ວງເວລາດັ່ງກ່າວ ຈະມີໂຊກມີລາບຕະຫຼອດປີ.

ສ່ວນປະກອບ

  • ຊີ້ນໝູ 1 ກິໂລ
  • ໜັງໝູຕົ້ມ 1 ຖ້ວຍນໍ້າຊຸບ
  • ໝາກປີ 1 ໜ່ວຍ
  • ຫອມປ້ອມ 5 ຕົ້ນ
  • ຫອມບົ່ວໃບ 5 ຕົ້ນ
  • ຫອມລາບ 1 ກຳມື (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
  • ເຂົ້າຂົ້ວ 2 ບ່ວງແກງ
  • ໝາກເຜັດດິບຊອຍ 1 ບ່ວງແກງ
  • ປາແດກສຸກ 1 ບ່ວງແກງ
  • ໝາກເຜັດປົ່ນ ເຄິ່ງບ່ວງແກງ
  • ເກືອ 1/2 ບ່ວງກາເຟ
  • ຜົງປຸງລົດ 1 ບ່ວງກາເຟ

ວິທີປຸງແຕ່ງ

  1. ເອົາຊີ້ນໝູໄປບົດ ຫຼື ບາງຄົນກໍຟັກ ຕາມໃຈມັກ
  2. ເອົາຊີ້ນໝູທີ່ກຽມໄວ້ໄປຂົ້ວໃຫ້ສຸກດີ
  3. ຈາກນັ້ນນໍາເອົາໜັງໝູທີ່ຕົ້ມມານ້ອຍເປັນເສັ້ນນ້ອຍໆ, ຊອຍໝາກເຜັດ, ຊອຍຫອມປ້ອມ, ຊອຍຫອມບົ່ວໃບ ແລະ ຊອຍໝາກປີ
  4. ນໍາເອົາຊີ້ນໝູທີ່ຂົ້ວສຸກ, ໜັງໝູທີ່ກຽມໄວ້ ແລະ ເຂົ້າຂົ້ວ ມາຄົນໃຫ້ເຂົ້າກັນ ປຸງລົດຊາດດ້ວຍເກືອ, ຜົງປຸງລົດ, ໝາກເຜັດດິບ, ໝາກເຜັດປົ່ນ
  5. ຕາມດ້ວຍຫອມທີ່ກະກຽມໄວ້, ໝາກປີ ຄົນໃຫ້ເຂົ້າກັນ ຊິມເບິ່ງໃຫ້ໄດ້ລົດຊາດຕາມທີ່ຕ້ອງການ.

ແນະນຳ: ກິນກັບຜັກກາດຂິ້ວ, ຜັກຕິ້ວອ່ອນ, ໝາກແຕງ ແລະ ໝາກເຜັດອ່ອນ.

Share

Recent Stories