ແຈ່ວໜໍ່ສັນ

ສະເໜ່ລົດຊາດອາຫານພື້ນບ້ານ

ວັດຖຸດິບ 

  • ໜໍ່ສັນຕົ້ມສຸກ ຫຼື ປີ້ງສຸກ 300 ກຣາມ
  • ໝາກເຜັດ 5-8 ໜ່ວຍ
  • ຫົວຜັກທຽມ 3 ກີບ
  • ຫົວຜັກບົ່ວແດງ 3-4 ຫົວ
  • ນ້ຳປາ 1 ບ່ວງຊາ
  • ເກືອເລັກໜ້ອຍ
  • ຜົງປຸງລົດ 1 ບ່ວງຊາ

ວິທີປຸງແຕ່ງ

  1. ນຳໜໍ່ສັນມາປີ້ງໃຫ້ສຸກດີ ຫຼື ນໍາໜໍ່ສັນມາລ້າງໃຫ້ສະອາດ ແລ້ວຕົ້ມໃຫ້ສຸກດີ.
  2. ນຳໝາກເຜັດ, ຫົວຜັກທຽມ ແລະ ຫົວຜັກບົ່ວແດງໄປປີ້ງໃຫ້ຫອມ.
  3. ນຳສ່ວນປະສົມໝາກເຜັດ, ກະທຽມ ແລະ ຫົວຜັກບົ່ວແດງທີ່ປີ້ງແລ້ວມາຕຳໃຫ້ມຸ່ນ.
  4. ໃສ່ໜໍ່ສັນລົງໄປຕຳປະສົມໃຫ້ເຂົ້າກັນ.
  5. ປຸງລົດດ້ວຍຜົງປຸງລົດ, ນ້ຳປາ ແລະ ເກືອ ຕາມຄວາມມັກ.
  6. ຄົນໃຫ້ເຂົ້າກັນ ຊີມເບິ່ງລົດຊາບ ແລ້ວຕັກໃສ່ຖ້ວຍ.
Share

Recent Stories