ເອາະເປັດໃສ່ຜັກກາດ

ເອາະເປັດໃສ່ຜັກກາດເປັນອາຫານທີ່ຫຼາຍທ່ອງຖິ່ນນິຍົມເຮັດກິນ

ເອາະເປັດໃສ່ຜັກກາດ ເປັນອາຫານລາວທີ່ມີລົດຊາດແຊບນົວ, ຫອມສະໝຸນໄພ, ໄດ້ລົດຫວານຈາກຊີ້ນເປັດ ແລະ ໄດ້ລົດຂົມອ່ອນໆຈາກຜັກກາດ.
ສ່ວນປະກອບ

  • ຊີ້ນເປັດ 0,5 ກິໂລ
  • ຜັກກາດອ່ອນ 1 ມັດໃຫຍ່
  • ຫອມບົ່ວແດງ 3-4 ຫົວ
  • ຫົວສີໄຄ 2 ຕົ້ນ
  • ໝາກເຜັດດິບ 3-5 ໜ່ວຍ ຫຼືຕາມໃຈມັກ
  • ຫອມຊີ 3-5 ຕົ້ນ
  • ຫອມບົ່ວໃບ 3-5 ຕົ້ນ
  • ເກືອ 1/2 ບ່ວງກາເຟ
  • ຜົງປຸງລົດ 1 ບ່ວງກາເຟ
  • ນ້ຳສະອາດ 0,5 ລິດ

ວິທີປຸງແຕ່ງ

  1. ລ້າງຊີ້ນເປັດໃຫ້ສະອາດ ແລ້ວຟັກເປັນຕ່ອນພໍດີຄຳ.
  2. ຊອຍຫົວສີໄຄ, ຫອມບົ່ວແດງ ແລະ ໝາກເຜັດ.
  3. ນໍາຜັກກາດໄປລ້າງນໍ້າໃຫ້ສະອາດ ຈາກນັ້ນນໍາໄປຫັ່ນໄວ້.
  4. ນຳເຄື່ອງທີ່ຊອຍໄວ້ເຊັ່ນ: ຫົວສີໄຄ, ຫອມບົ່ວ, ໝາກເຜັດລົງຂົ້ວໃຫ້ຫອມ ແລ້ວໃສ່ຊີ້ນເປັດ ປຸງລົດດ້ວຍເກືອ ແລະ ຜົງປຸງລົດ ຄົນໃຫ້ທຸກຢ່າງເຂົ້າກັນ.
  5. ຈາກນັ້ນໃຫ້ຕື່ມນໍາສະອາດລົງໄປ ແລະ ຕົ້ມໄວ້ຈົນກວ່າຊີ້ນສຸກ ຫຼື ຊີ້ນເປື່ອຍ ຕາມຄວາມມັກ.
  6. ແລ້ວນໍາເອົາຜັກກາດທີ່ກຽມໄວ້ນັ້ນລົງໄປ ແລະ ຕົ້ມອີກຈົນກວ່າຜັກກາດສຸກ.
  7. ຫຼັງຈາກນັ້ນ ຊອຍຜັກຊີ ແລະ ຫອມບົ່ວໃບລົງໄປ ຊີມເບິ່ງວ່າໄດ້ລົດຊາດໃຫ້ແຊບນົວ ແລ້ວປິດໄຟ.
Share

Recent Stories