July 16, 2026

ການເຮັດໝູຢໍ່
ສ່ວນປະກອບ
ວິທີປະຕິບັດ:
ເອົາຊີ້ນໝູບົດມາປະສົມກັບນໍ້າຕານ, ເກືອ, ພິກໄທປິ່ນ ແລະ ໃສ່ແປ້ງມັນເທື່ອລະໜ້ອຍໂຮມລົງຈົນໜຽວ ແລະ ເປັນເນື້ອດຽວກັນຫັ່ນ ມັນໝູແຂງໃຫ້ເປັນຕ່ອນສີ່ຫລ່ຽມນ້ອຍໆປະສົມລົງກັບຊີ້ນໝູແລ້ວຄົນໃຫ້ ເຂົ້າກັນດີ. ເອົາໃບຕອງມາລົນໄຟອ່ອນໆ, ເຊັດໃຫ້ແຫ້ງ ແລະ ຕັດມີຂະໜາດກ້ວາງ 4 cm ຊ້ອນກັນ 3 ຊັ້ນ, ນໍາເອົາຊີ້ນໝູມາວາງໃບຕອງໃຫ້ມີລັກສະນະ ເປັນຮູບປະກອບ ຂະໜາດຂອງເສັ້ນສູນກາງ 1.5 cm ທໍ່ໃບຕອງປິດຫົວ ປິດທ້າຍໃຫ້ແໜ້ນໃຊ້ເຊືອກມັດແລ້ວນໍາໄປໜື່ງໃຫ້ສຸກປະມານ 1 ຊົ່ວໂມງ. ປະໄວ້ໃຫ້ເຢັນ ແລະ ສາມາດກິນໄດ້ ຫຼື ຈະເກັບໄວ້ໃນຕູ້ເຢັນເພື່ອໄວ້ກິນ ດົນ.
ຂໍ້ແນະນໍາ:
ຊີ້ນໝູຕ້ອງບົດໃຫ້ລະອຽດເພາະຈະເຮັດໃຫ້ໝູຢີ່ມີເນື້ອນຽນດີການ ຄັນ ຫຼື ການນວດຈະຕ້ອງໃຊ້ເວລາຫລາຍ, ຄວນໃຊ້ເຄື່ອງປະສົມອາຫານ ຕີ ແລະ ໃຊ້ເວລາປະມານ 15 ນາທີດ້ວຍຄວາມໄວປານກາງ
ປັດໄຈຕົ້ນຕໍ
ຊີ້ນໝູຕ້ອງບົດໃຫ້ລະອຽດເພື່ອຈະເຮັດໃຫ້ໝູຍໍ່ມີເນື້ອນຽນດີ
ການຄັ້ນ ຫລື ການນວດແມ່ນໃຊ້ເວລາຫລາຍ, ຄວນໃຊ້ ເຄື່ອງປະສົມອາຫານນວດ ແລະ ໃຊ້ເວລາປະມານ 15 ນາທີ ແລະ ຄວາມໄວປານກາງ
ຕ້ອງເປັນຊີ້ນໝູສົດ ເປັນຊີ້ນສັນໃນ ຫຼື ສະໂພກ
ເຕັກນິກການຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານຫຼັກສູດການເພີ້ມມູນຄ່າທີ່ບໍ່ແມ່ນກະສິກໍາໂດຍກົງ
ຂຽນ ແລະ ຮຽບຮຽງໂດຍ: ອຈ. ວີໄລພອນ ແກ້ວສີລາເພັດ
ອອກແບບ ແລະ ຈັດໜ້າໂດຍ: ມະນີລັດ ຊາສີດາວົງ, ຄໍາບາງ ຄູນວີທອງ, ນາງ ແຝງທອງ ລັດຕະນະ
ຜູ້ກວດແກ້: ວຽງໄຊ ໂພຕະກຸນ, ດຣ ສົມພອນ ອິນຄຳແສງ, ວິປາກາ ຫານສັກດາ


