ວິທີເຮັດເຂົ້າໜົມໝາກມ່ວງ

ເຂົ້າໜົມໝາກມ່ວງ

ວັດຖຸດິບ (Raw material):

  • ໝາກມ່ວງທີ່ທີ່ສຸກເຕັມທີ່ 1 kg
  • ນໍ້າຕານ 10-15%
  • ນໍ້າໝາກນາວ ຫລື citric acid 2 ບ່ວງແກງເຕັມ ຫຼື 16ml
  • ເກືອໂຊດຽມຫລືເກືອໄປຕາດຊຽມເມຕາບີຊັນໄຟຕ໌ 2 g
  • ກລູເຊຣີນສໍາລັບອາຫານ

ອຸປະກອນ (Materials and equipment):

  • ໝໍ້ອາລູມີນຽມຫລືສະແຕນເລດມີຝາ 1ຫນ່ວຍຂະໜາດ 3ລີດ
  • ເຄື່ອງບົດຊີ້ນໝາກໄມ້ 1ນ່ວຍຂະໜາດ 1,5 ລີດ
  • ເຄື່ອງຕາກລະບົບແສງຕາເວັນ 1 ຫນ່ວຍຂະໜາດກາງ ເຈ້ຍແກ້ວສໍາລັບຫໍ່ຂະໜົມ 1 ກໍ້
  • ເຄື່ອງໃຊ້ໃນເຮືອນຄົວ: ບ່ວງໄມ້, ມີດ, ຈວຍ, ເຄື່ອງກວດ, ຂຽງພັກໄມ້, ເລືອກພາຊະນະປລາສຕິກບັນຈຸ ແລະ ເສື້ອ ກັນເປື້ອນ

ການປຸງແຕ່ງ (Processing):

  • ລ້າງໝາກມ່ວງແລະຕັດເປັນຕ່ອນ
  • ບົດຊີ້ນໝາກມ່ວງດ້ວຍເຄື່ອງບົດໝາກໄມ້
  • ປະສົມເຄື່ອງປຸງດັ່ງໄດ້ອະທິບາຍລົງຂ້າງລຸ່ມນີ້:

ນໍ້າຕົ້ມຟົດ: 1 ລີດ/ຊີ້ນໝາກໄມ້ບົດ 1 kg

ນໍ້າຕານ: 10-15% ຕໍ່ເນື້ອໝາກໄມ້ບົດ 1 kg

ນ ໍ້າໝາກນາວ: 2 ບ່ວງແກງເຕັມຫລື 16ml/ ເນື້ອໝາກໄມ້ບົດ 1kg

ເກືອໂຊດຽມຫລືເກືອໂປຕາດຊຽມເມຕາບີຊັນໄຟຕ໌: 2g/ ເນື້ອໝາກ ໄມ້ບົດ 1 kg. ປະສົມແລະໃຫ້ຄວາມຮ້ອນ 70-80C

  • ກວດຟອງອອກດ້ວຍບ່ວງກວດຟອງ
  • ຢອດນໍ້າມັນໃສ່ຜິວໜ້າຖາດດ້ວຍກລູເຊຣີນເພື່ອປ້ອງກັນຜະລິດຕະ ພັນບໍ່ໃຫ້ຕິດຖາດ
  • ວາງສ່ວນປະສົມລົງໃນຖາດອາລູມີນັມຫລືສະແຕນເລດໃນອັດຕາ 15 ກິໂລກຣາມ ຜະລິດຕະພັນຕໍ່ເນື້ອທີ່ຂອງຖາດ 1ມ2
  • ວາງຖາດໃສ່ໃນເຄື່ອງຕາກດ້ວຍແສງຕາເວັນ. ການລະເຫີຍແຫ້ງ ຈະສຳເລັດເມື່ອຜະລິດຕະພັນບັນລຸຄວາມເປັນໜັງໜຽວ, ຄວາມຊຸ່ມ ບັນຈຸ ປະມານ 15%
  • ວາງຜະລິດຕະພັນແຕ່ລະອັນຊ້ອນກັນ 3 ແຜ່ນ ແລະ ຕັດເປັນ ຕ່ອນນ້ອຍ 4x4cm
  • ຫໍ່ແຕ່ລະກ້ອນດ້ວຍເຈ້ຍແກ້ວ
  • ບັນຈຸໃສ່ຖົງປາລາສຕິກ, ໃສ່ເຄື່ອງໝາຍແລະເກັບຮັກສາ

ປັດໄຈຕົ້ນຕໍ

ສິ່ງທີ່ຄວນເອົາໃຈໃສ່:

  • ຄວນເລືອກເອົາໝາກກ້ຽງທີ່ມີເກຣດດີ ເປັນໝາກມ່ວງລາດ ຫລື ໝາກມ່ວງທົ່ວໄປ

ຂໍ້ຄວນລະວັງ:

  • ເມື່ອໝາກມ່ວງໃກ້ຈະເປັນກວນ ຄວນຄົນຕະລອດ ເພື່ອຫລີກ ລຽງຈາກໄຟໃໝ້ໝໍ້
  • ແປ້ງທີ່ຕື່ມໃສ່ຄວນເປັນແປ້ງມັນ
  • ໃສ່ເຄື່ອງໝາຍການຄ້າ ວັນໝົດອາຍຸ ອັດໃສ່ຖົງສູນຍາກາດ
Share

Recent Stories