ໃບອ່ອນ ແລະ ຍອດໃຊ້ເປັນຜັກ, ໃບອ່ອນສົດນຳມາຕົ້ມ, ຂົ້ວ ຫຼື ຮັບປະທານສົດພ້ອມກັບຜັກອື່ນ ຫຼື ກິນສົດດ່ຽວໆກໍ່ໄດ້ ນອກນີ້ພືດຊະນິດນີ້ຍັງເປັນສະໝຸນໄພພື້ນບ້ານ ໃບນຳມາຕົ້ມເປັນຢາບຳລຸງກຳລັງສຳຫຼັບແມ່ຍິງຫຼັງເກີດ.
ວິທີເຮັດ ຂົ້ວຜັກກູດໃສ່ໝູບົດໄດ້ງ່າຍໆ ຕາມຂັ້ນຕອນຕໍ່ໄປນີ້:
ວັດຖຸດິບ ແລະ ເຄື່ອງປຸງ
- ຜັກກູດ: ເລືອກສ່ວນຍອດອ່ອນໆ ນຳໄປລ້າງໃຫ້ສະອາດ
- ໝູບົດ: ປະລິມານຕາມມັກ
- ກະທຽມບົດ (ໃສ່ຫຼາຍຈະຫອມຫຼາຍ)
- ໝາກເຜັດດິບ ຊອຍ ຫຼື ຕຳພໍຫຍາບ ຖ້າຕ້ອງການລົດເຜັດ 3-5 ໜ່ວຍ
- ນ້ຳມັນຫອຍ 2 ບ່ວງແກງ
- ເກືອ ½ ບ່ວງກາເຟ
- ນ້ຳຕານ 1 ບ່ວງກາເຟ
- ຜົງປຸງລົດ 1 ບ່ວງກາເຟ
- ນ້ຳມັນພືດ ສຳລັບຜັດ ແລະ ນ້ຳສະອາດ ເລັກນ້ອຍ
ຂັ້ນຕອນການເຮັດ
- ກຽມຜັກ: ນຳຜັກກູດທີ່ລ້າງສະອາດແລ້ວມາເດັດກຽມໄວ້ ບາງສູດແນະນຳໃຫ້ລວກຜັກກູດໃນນ້ຳເດືອດປະມານ 15 ວິນາທີ ແລ້ວນຳໄປແຊ່ນ້ຳເຢັນທັນທີ ເພື່ອໃຫ້ຜັກມີສີຂຽວສົດ ແລະ ກອບ ແຕ່ກໍສາມາດນຳໄປຂົ້ວສົດໄດ້ເລີຍ ຖ້າມັກຄວາມກອບແບບທຳມະຊາດ
- ຂົ້ວເຄື່ອງຄຽງ: ຕັ້ງໝໍ້ໃສ່ນ້ຳມັນ ເປີດໄຟອ່ອນ ໃສ່ກະທຽມ (ແລະ ໝາກເຜັດ) ລົງໄປຂົ້ວຈົນເລີ່ມມີກິ່ນຫອມ
- ຂົ້ວໝູ: ໃສ່ໝູບົດລົງໄປຂົ້ວຈົນສຸກ
- ຂົ້ວຜັກ ແລະ ປຸງລົດຊາດ: ເພີ່ມໄຟແຮງຂຶ້ນເລັກນ້ອຍ ໃສ່ຜັກກູດລົງໄປ ຕາມດ້ວຍເຄື່ອງປຸງທັງໝົດ (ນ້ຳມັນຫອຍ, ຜົງປຸງລົດ, ນ້ຳຕານ, ເກືອ) ແລະ ເພີ່ມນ້ຳສະອາດເລັກນ້ອຍ ເພື່ອໃຫ້ຜັກສຸກ
- ຂົ້ວທຸກຢ່າງໃຫ້ເຂົ້າກັນ ຈົນຜັກສຸກ (ຜັກກູດສຸກງ່າຍ ບໍ່ຄວນຜັດດົນເກີນໄປ ເພາະຈະໜັຽວ) ຫຼັງຈາກນັ້ນຕັກໃສ່ຈານ ພ້ອມຮັບປະທານ
ຂໍ້ຄວນລະວັງ: ຄວນປຸງແຕງຜັກກູດໃຫ້ສຸກກ່ອນຮັບປະທານສະເໝີ ເພາະການກິນແບບດິບອາດເຮັດໃຫ້ເຈັບທ້ອງ ຫຼື ຖອກທ້ອງໄດ້