ຕໍາໝ້ຽງ

ອາຫານພື້ນບ້ານລາວຊະນິດໜຶ່ງທີ່ຄົນນິຍົມເຮັດກິນ

ຕໍາໝ້ຽງ ແມ່ນອາຫານພື້ນບ້ານລາວຊະນິດໜຶ່ງ ທີ່ນໍາຫົວສີໃຄ ມາຕໍາປຸງລົດຊາດກັບສ່ວນປະກອບອື່ນໆ ເຊັ່ນ ໝາກເຜັດ, ກະທຽມ, ເກືອ ແລະ ສະໝຸນໄພ ຕາມສູດຂອງແຕ່ລະທ້ອງຖິ່ນ.

ວິທີຕໍາໝ້ຽງ

ສ່ວນປະກອບ

  • ຫົວສີໃຄ 3 ກໍາມື
  • ໝາກເຜັດດິບ 3-5 ໜ່ວຍ
  • ກະທຽມ 2-3 ກີບ
  • ເກືອ 1/4 ບ່ວງຊາ
  • ຜົງປຸງລົດ 1/2 ບ່ວງຊາ
  • ນໍ້າຕານ 1/2 ບ່ວງຊາ
  • ກະປິ 1/4 ບ່ວງຊາ
  • ປາແດກ 1-2 ບ່ວງແກງ
  • ນ້ຳມະນາວ ຫຼື ໝາກຂາມປຽກ ຕາມມັກ
  • ໝາກເຂືອ 3-5  ໜ່ວຍ (ໃສ່ຫຼືບໍ່ໃສ່ກໍໄດ້)
  • ໝາກເດື່ອ
  • ຜັກຫອມຕາມມັກ
  • ຜັກອີເລີດ
  • ໝາກຖົ່ວພູ
  • ຜັກກະຖິນ

ວິທີເຮັດ

  1. ລ້າງຫົວສີໃຄໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍ ເພື່ອງ່າຍໃນການຕໍາໃຫ້ລະອຽດ.
  2. ຈາກນັ້ນໃສ່ໝາກເຜັດ ແລະ ກະທຽມລົງຄົກ ຕໍາໃຫ້ແຫຼກຄົນໃຫ້ເຂົ້າກັນ.
  3. ເຕີ່ມເກືອ, ຜົງປຸງລົດ, ນໍ້າປາ, ກະປິ ແລະ ນ້ຳມະນາວ/ໝາກຂາມປຽກ ແລ້ວຕໍາໃຫ້ເຂົ້າກັນອີກຄັ້ງ.
  4. ຊິມໃຫ້ໄດ້ລົດ ເຄັມ + ເຜັດ + ສົ້ມ + ຫອມ ຕາມມັກ.
  5. ຕັກໃສ່ຈານ ແລ້ວສາມາດກິນກັບຜັກທີ່ກຽມໄວ້.
Share

Recent Stories