ໜຶ້ງອ່ອງປູນາ ເປັນອາຫານພື້ນບ້ານທີ່ນຳປູນາຈາກທ້ອງຖິ່ນມາປຸງກັບເຄື່ອງສະໝຸນໄພ ແລ້ວໜຶ້ງໃຫ້ສຸກ ເປັນເມນູທີ່ແຊບ, ເຮັດງ່າຍ ແລະ ສະທ້ອນເຖິງພູມປັນຍາດ້ານອາຫານຂອງຊຸມຊົນ.
ວິທີເຮັດໜຶ້ງອ່ອງປູນາ
ວັດຖຸດິບ
- ປູນາ 500 ກຣາມ
- ຫົວສີໃຄ 2-3 ຫົວ
- ຫອມບົ່ວ 2-3 ຫົວ
- ຫອມປ້ອມ 2-3 ຕົ້ນ
- ໝາກເຜັດ ຕາມມັກ
- ເກືອ 1/2 ບ່ວງຊາ
- ຜົງປຸງລົດ 1 ບ່ວງຊາ
- ໝາກເຜັດດິບ 2-3 ໜ່ວຍ
ຂັ້ນຕອນ
- ລ້າງປູນາ ໃຫ້ສະອາດ ແລ້ວແຍກສ່ວນກະດອງ/ອ່ອງປູອອກ.
- ນຳອ່ອງປູມາ ຕຳ ຫຼື ບົດໃຫ້ລະອຽດ.
- ຕຳຫົວສີໃຄ, ຊອຍຫອມບົ່ວ, ກະທຽມ ແລະ ໝາກເຜັດດິບ.
- ນຳສ່ວນປະສົມທັງໝົດມາຄົນກັບອ່ອງປູ ແລ້ວປຸງລົດດ້ວຍເກືອ ແລະ ຜົງປຸງລົດ.
- ຕັກສ່ວນປະສົມທີ່ກຽມໄວ້ແລ້ວນັ້ນມາໃສ່ໃນອອງປູ.
- ແລ້ວນຳໄປ ໜຶ້ງໃນໝໍ້ໜຶ້ງປະມານ 15-20 ນາທີ ຫຼື ຈົນສຸກດີ.
- ຮັບປະທານກັບເຂົ້າຮ້ອນໆ.