ຂະແນບເຜິ້ງມິ້ມເປັນອາຫານພື້ນບ້ານທີ່ນິຍົມໃນຫຼາຍພື້ນທີ່ຂອງລາວ ມີລົດຊາດມັນ ແລະ ຫອມໃບຕອງ ພ້ອມທັງມີຄຸນຄ່າທາງໂພຊະນາການ.
ວິທີເຮັດຂະແນບເຜິ້ງມິ້ມ
ສ່ວນປະກອບ
- ເຜິ້ງມິ້ມ (ຕົວອ່ອນ) 200 ກຣາມ
- ເກືອ 1/4 ບ່ວງຊາ
- ຜົງປຸງລົດ (ຕາມໃຈມັກ ຫຼື ບໍ່ໃສ່ກໍໄດ້)
ວິທີເຮັດ
- ລ້າງເຜິ້ງມິ້ມໃຫ້ສະອາດ ແລ້ວພັກໄວ້ໃຫ້ສະເດັດນ້ຳ.
- ໃສ່ເກືອ ແລະ ຜົງປຸງລົດ ຄົນໃຫ້ເຂົ້າກັນ.
- ນໍາໄປໃສ່ໃບຕອງແລ້ວຫໍ່ໃຫ້ແໜ້ນ.
- ນໍາໄປໜຶ້ງປະມານ 20-30 ນາທີ ແລ້ວກໍພ້ອມເສີບ.