ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ

ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ.

ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ.

ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ.

ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ,  ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, ຄູ່ຮ່ວມງານ ເພື່ອໃຫ້ພວກເຂົາມີລາຍໄດ້ທີ່ໝັ່ນຄົງ ແລະ ຍືນຍົງ.

Short Bio

Full name:

Date of Birth:

Place of Birth:

Current Residence:

Education:

Current Profession:

Motto:

Share

Recent Champions