ຂົ້ວກະຈຽບ

ຂົ້ວກະຈຽບ ຈາກວັດຖຸດິບທ້ອງຖິ່ນ ສູ່ອາຫານທີ່ຫຼາຍຄົນມັກ

ວິທີເຮັດຂົ້ວກະຈຽບ ແບບງ່າຍໆ ແລະ ແຊບ.

ສ່ວນປະກອບ

  • ກະຈຽບສົດ 300-500 ກຣາມ
  • ກະທຽມ 4-5 ກີບ
  • ໝາກເຜັດ 53-5 ໜ່ວຍ
  • ຜັກບົ່ວ 1 ຫົວ
  • ນ້ຳມັນ 1 ບ່ວງແກງ
  • ນ້ຳປາ 1 ບ່ວງຊາ
  • ຊອດຫອຍ 1 ບ່ວງແກງ
  • ເກືອ ເລັກໜ້ອຍ
  • ນ້ຳຕານ ½ ບ່ວງຊາ
  • ຜົງປຸງລົດ 1 ບ່ວງຊາ

ວິທີເຮັດ

  1. ລ້າງກະຈຽບໃຫ້ສະອາດ ຕັດຂົ້ວຫົວອອກ ແລ້ວຫັ່ນເປັນຕ່ອນ ຫຼື ບໍຫັ່ນກໍໄດ້.
  2. ຊອຍກະທຽມ, ໝາກເຜັດ ແລະ ຫອມບົ່ວ
  3. ຕັ້ງໝໍ້ຂຶ້ນໃສ່ນ້ຳມັນ, ໃສ່ກະທຽມ, ໝາກເຜັດ ແລະ ຫອມບົ່ວ ຂົ້ວຈົນຫອມ.
  4. ໃສ່ກະຈຽບລົງໄປ ແລ້ວຂົ້ວໃຫ້ກະຈຽບສຸກ ແຕ່ຍັງຄົງຄວາມກອບໜ້ອຍໜຶ່ງ.
  5. ໃສ່ນ້ຳປາ, ຊອດຫອຍ, ເກືອ, ຜົງປຸງລົດ ແລະ ນ້ຳຕານ ຄົນໃຫ້ເຂົ້າກັນ ແລ້ວຊິມເບິ່ງວ່າລົດຊາດທີ່ຕ້ອງການແລ້ວບໍ.
Share

Recent Stories